ວັນທີ 24 ຕຸລາ 2019 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ຫຼຽວຊຸຍຫຼີນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດສິງກະໂປ ຄົນໃໝ່ປະຈຳລາວ ໃນໂອກາດທີ່ມາເປັນທູດຄົນໃໝ່ປະຈຳລາວມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽງຈັນ.
ກອງປະຊຸມພົບປະ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ)ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງບ່າເຣ່ຍ-ຫວຸ້ງເຕົ່າ ສສຫວຽດນາມ ຈັດຂຶ້ນວັນທີ 15 ຕຸລາ 2019 ຢູ່ສຳນັກງານອົງການປົກຄອງ ນວເຊິ່ງຝ່າຍລາວນຳໂດຍສະຫາຍ ສິນລະວົງ ຄຸດໄພທູນກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວຝ່າຍຫວຽດນາມນຳໂດຍສະຫາຍ ຫງວຽນ ຮົ່ງ ລິ້ງ ກຳມະການສູນກາງພັກເລຂາພັກແຂວງ ປະທານສະພາປະຊາຊົນແຂວງບ່າເຣ່ຍ-ຫວຸ້ງເຕົ່າ.
ກອງປະຊຸມເຈົ້າໜ້າທີ່ອາວຸ ໂສການທ່ອງທ່ຽວ 5 ນະຄອນບັນດາປະເທດລຸ່ມແມ່ນໍ້າຂອງ ຄັ້ງທີ 5 ຈັດຂຶ້ນວັນທີ 13 ຕຸລາ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ສູນມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ ທັງເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການທ່ອງທ່ຽວ 5 ນະຄອນ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ທ່ານ ພູວົງ ວົງຄໍາຊາວຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນມີບັນດາເຈົ້າໜ້າທີ່ອາວຸໂສບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ພາກສ່ວນກ່ຽວຂ້ອງ.
ໃນໂອກາດທີ່ຄະນະຜູ້ແທນຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມນຳໂດຍທ່ານ ຮ່າ ງັອກແອັງຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 29 ພຶດສະພາ 2019 ຄະນະຜູ້ແທນດັ່ງກ່າວ ກໍໄດ້ເຂົ້າພົບປະກັບ ທ່ານ ສີຫຸນ ສິດທິລືໄຊຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ).